ໜ້າຈໍ 6.35 ນິ້ວ Halo FullView™ Display
Y11 ມາພ້ອມໜ້າຈໍ Halo FullView™ Display ຂະໜາດ 6.35 ນິ້ວ ພື້ນທີ່ຂອບໜ້າຈໍແຄບລົງ ໃຫ້ທ່ານໄດ້ເຫັນມຸມມອງທີ່ກ້ວາງຂຶ້ນແບບທີ່ບໍ່ເຄີຍມີມາກ່ອນ ເພີດເພີນໄປກັບປະສົບການຮັບຊົມທີ່ເຫນືອລະດັບ
ສີສັນທີ່ໜ້າຫລົງໄຫລ
ເຮົາໄດ້ແຮງບັນດານໃຈຈາກສີຂອງໄຂ່ມຸກ ແລະ ຢົກ ດ້ວຍເທັກນິກການຜະລິດສີລະດັບພີມ່ຽມ ແລະ ໄລ່ເສດສີຢ່າງມີລະດັບ ເຮັດໃຫ້ໂຕເຄື່ອງຂອງY11ມີຄວາມເງົາງາມ ແລະ ຫລູຫລາ ໂດຍສັງເກດຜ່ານມຸມມອງທີ່ຕ່າງກັນຈະເຫັນໂຕເຄື່ອງສະແດງສີສັນທີ່ແຕກຕ່າງຢ່າງລົງໂຕ ແລະ ມີຊີວິດຊີວາ
AI Dual Camera
Y11 ມາພ້ອມກັບກ້ອງຫລັງ2ເລນ ກ້ອງຫລັກ 13ລ້ານພິກເຊວ ແລະ Depth Camera 2 ລ້ານພິກເຊວບໍ່ວ່າຈະເປັນການຖ່າຍວິວແບບມຸມກ້ວາງ ຫຼືວ່າຖ່າຍພາບບຸກຄົນ ກໍສາມາດໃຫ້ທ່ານເກັບພາບທີ່ໜ້າປະທັບໃຈໄດ້ທຸກເມື່ອ
AI Face Beauty
ເຊວຟີ່ແບບເປັນທຳມະຊາດ
ກ້ອງໜ້າຂອງ Y11 ມີຄວາມລະອຽດ 8 ລ້ານພິກເຊວ ພ້ອມດ້ວຍ AI Face Beauty ຂອງ vivo ໃຫ້ທຸກພາບເຊວຟີຂອງທ່ານມີຄວາມຄົມຊັດໜ້າປະທັບໃຈ ແລະ ສວຍງາມແບບເປັນທຳມະຊາດ
Before
After
ແບັດເຕີຣີ່ຂະໜາດໃຫຍ່ 5000mAh
ໃຊ້ງານໄດ້ຍາວນານ
Y11 ມາພ້ອມແບັດເຕີຣີ່ຂະໜາດໃຫຍ່ 5000mAh ດ້ວຍເທັກໂນໂລຢີ່ປະຢັດພະລັງງານອັດສະລິຍະເຮັດໃຫ້ການໃຊ້ງານໄດ້ຕໍ່ເນື່ອງ ແລະ ຍາວນານບອກລາບັນຫາເລື່ອງແບັດເຕີຣີ່ບໍ່ພຽງພໍ
0
ສະແກນລາຍນິ້ວມືປົດລັອກ
Y11 ມາພ້ອມກັບການສະແກນລາຍນິ້ວມືປົດລັອກດ້ານຫຼັງພຽງແຕ່ປາຍນິ້ວສຳຜັດກໍປົດລັອກໄດ້ຢ່າງວ່ອງໄວ ປອດໄພ ແລະ ສະດວກສະບາຍ
ປະສົບການໃຊ້ງານທີ່ລື່ນໄຫລ
Y11 ມາພ້ອມກັບ CPU Octa-core ຂະໜາດ 12mm ຄວາມໄວ 2.0GHz RAM 3GB ແລະ ROM 32GB ພາຍໃຕ້ລະບົບປະຕິບັດການ Funtouch OS 9.1(based on Android 9) ມອບປະສົບການການຫຼິ້ນເກມ ແລະ ການໃຊ້ງານທີ່ດີຍິ່ງຂຶ້ນ
ຄຳສະຫງວນສິດ
- 1. ເພື່ອປະສົບການການໃຊ້ງານ ແລະ ຄຸນນະພາບຂອງພາບທີ່ສົມບູນໃນການຖ່າຍພາບແຕ່ລະໂຫມດຈະໄດ້ພາບທີ່ມີຄວາມລະອຽດຕ່າງກັນ
- 2. ພາບຜະລິດຕະພັນມີໄວ້ເພື່ອການອ້າງອີງເທົ່ານັ້ນເນື້ອຫາທີ່ສະແດງເທິງໜ້າຈໍເປັນພາບທີ່ຈຳລອງຂຶ້ນເພື່ອການສາທິດ ກະລຸນາທົດລອງທີ່ໂຕເຄື່ອງແທ້ການປຽບທຽບທັງໝົດທີ່ສະແດງໃນໜ້ານີ້ອ້າງອີງກັບຜະລິດຕະພັນວີໂວ່ເທົ່ານັ້ນ
- 3. ຂໍ້ມູນທັງໝົດຂຶ້ນຢູ່ກັບພາລາມິເຕີການອອກແບບທາງເທັກນິກຂອງເຮົາ ຜົນການທົດສອບໃນຫ້ອງປະຕິບັດການ ແລະ ການທົດສອບຈາກຜູ້ຈັດຈຳໜ່າຍຜົນພັນທີ່ໄດ້ອາດແຕກຕ່າງກັນໄປ ຂຶ້ນຢູ່ກັບລຸ້ນຂອງຊອບແວ, ສະພາບແວດລ້ອມໃນການທົດສອບ ແລະ ລຸ້ນຂອງໂທລະສັບ
- 4. vivo ຂໍສະຫງວນລິຂະສິດໃນການປ່ຽນແປງຂໍ້ກຳນົດ ແລະ ຄຳອະທິບາຍຂອງຜະລິດຕະພັນທີ່ໄດ້ລະບຸໄວ້ໃນເອກະສານສະບັບນີ້ໄດ້ໂດຍບໍ່ຕ້ອງແຈ້ງລ່ວງໜ້າ
- 5. ວັດແທກໜ້າຈໍຕາມເສັ້ນເນັ່ງຈອມ ເມື່ອແທກສຸດມຸມສາກຄື 6,35ນິ້ວ ແລະ 6,2ນິ້ວ ເມື່ອວັດສຸດມຸມໂຄ້ງ