ໜ້າຫຼັກ

>

ຂໍ້ກຳນົດການຮັບປະກັນ

ຄຳເເນະນຳກ່ຽວກັບບັດຮັບປະກັນຂອງ vivo

ຄຳເເນະນຳກ່ຽວກັບບັດຮັບປະກັນຂອງ vivo

1.   ກົດເກນສຳລັບການປ່ຽນ ເເລະ ການສ້ອມເເປງ

 ຫາກໂຕເຄື່ອງມີຄວາມຜິດປົກກະຕິໃນການໃຊ້ງານເນື່ອງຈາກຄຸນນະພາບຂອງຜະລິດຕະພັນ ຫຼື ອຸປະກອນເສີມ ລູກຄ້າມີສິດທີ່ຈະປ່ຽນສິນຄ້າ ເເລະ ໃຊ້ບໍລິການການສ້ອມແປງໃນປະກັນ ເເລະ ຕ້ອງສະເເດງຫຼັກຖານການຊື້ທີ່ຖືກຕ້ອງ.

1.1        ຫາກໂຕເຄື່ອງມີການເຮັດວຽກຜິດປົກກະຕິເກີດຂຶ້ນເນື່ອງຈາກປັນຫາດ້ານຄຸນນະພາບຂອງຜະລິດຕະພັນ ຫຼື ອຸປະກອນເສີມ ລູກຄ້າມີສິດປ່ຽນສິນຄ້າພາຍໃນ 15 ວັນນັບຈາກວັນທີ່ຊື້ ເເລະ ພາຍໃຕ້ການຮັບປະກັນໜື່ງປີ ສຳລັບກໍລະນີຂອງເເບັດເຕີຣີ່, ຫົວສາກ, ສາຍ USB , ຫູຟັງ ເເລະ SD ກາດ ລູກຄ້າມີສິດທີ່ຈະນຳອຸປະກອນເຫຼົ່ານີ້ເຂົ້າມາຮັບບໍລິການສ້ອມແປງໄດ້ຟຣີ ພາຍໃນ 6 ເດືອນນັບຈາກວັນທີ່ຊື້ສິນຄ້າ

1.2        ເພື່ອຄວາມສະດວກໃນການປ່ຽນສິນຄ້າ ເເລະ ການໃຊ້ບໍລິການສ້ອມແປງພາຍໃຕ້ການຮັບປະກັນ ລູກຄ້າຈະຕ້ອງໄດ້ສະເເດງຫຼັກຖານການຊື້ທີ່ຖືກຕ້ອງ

1.3        ການຮັບປະກັນນີ້ບໍ່ຄວບຄຸມເຖິງເອກກະສານຕ່າງໆ ທີ່ກ່ຽວກັບຜະລິດຕະພັນ ( ເຊັ່ນ ຄູ່ມືເລີ່ມຕົ້ນການໃຊ້ງານເເບບຫຍໍ້ ເເລະ ບັດຮັບປະກັນ) ບໍ່ສາມາດປ່ຽນໃຫມ່ ຫຼື ໃຊ້ບໍລິການສ້ອມແປງໄດ້

2.    ຄຳເເນະນຳກ່ຽວຂ້ອງກັບການຮັບປະກັນ

1. ບໍລິການສ້ອມແປງພາຍໃຕ້ການຮັບປະກັນຈະມີສຳລັບກໍລະນີທີ່ໃຊ້ຜະລິດຕະພັນໄດ້ຕາມປົກກະຕິເທົ່ານັ້ນ ຫາກຜະລິດຕະພັນມີຄວາມເສຍຫາຍດ້ວຍສາເຫດອື່ນໃດໜື່ງນອກເໜືອຈາກຄຸນນະພາບຂອງສິນຄ້າ ຫຼື ເມື່ອມີສະຖານະການຂໍ້ໃດໝື່ງດັ່ງຕໍ່ໄປນີ້ເກີດຂື້ນ ລູກຄ້າບໍ່ສາມາດໃຊ້ບໍລິການການປ່ຽນ ຫຼື ການສ້ອມແປງ ພາຍໃຕ້ການຮັບປະກັນ ລູກຄ້າສາມາດສົ່ງໂທລະສັບເຂົ້າມາຮັບການສ້ອມແປງໄດ້ ເເຕ່ລູກຄ້າຈະຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂື້ນ

1.1        ເມື່ອໝົດກຳນົດເວລາຮັບປະກັນສຳລັບການປ່ຽນ ຫຼື ບໍລິການສ້ອມແປງໄປເເລ້ວ

1.2        ເມື່ອບໍ່ມີຫຼັກຖານການຊື້ທີ່ຖືກຕ້ອງ ເເຕ່ລູກຄ້າສາມາດພິສູດໄດ້ວ່າຜະລິດຕະພັນຍັງຢູ່ໃນການຮັບປະກັນສຳລັບການປ່ຽນ ຫຼື ບໍລິການສ້ອມແປງ

1.3        ເມື່ອລາຍລະອຽດຫຼັກຖານການຊື້ທີ່ຖືກຕ້ອງນັ້ນບໍ່ສອດຄອງກັບປ້າຍສະຫຼາກຜະລິດຕະພັນ ຫຼື ມີການເເກ້ໄຂປ່ຽນເເປງ

1.4        ຜະລິດຕະພັນຊຳລຸດເສຍຫາຍ ເນື່ອງຈາກການໃຊ້ງານການດູເເລຮັກສາ ເເລະ ເຂົ້າຮັບການບໍລິການທີ່ບໍ່ຕົງຕາມຄຳເເນະນຳ

1.5        ເຄື່ອງຊຳລຸດເສຍຫາຍອັນເປັນຜົນມາຈາກການຖອດຊິ້ນສ່ວນໂດຍຮ້ານສ້ອມຊື່ງບໍ່ໄດ້ຮັບການຮັບຮອງຈາກບໍລິສັດ

1.6        ຜະລິດຕະພັນຊຳລຸດເສຍຫາຍອັນເນື່ອງຈາກເຫດສຸດວິໃສ

1.7        ການຊຳລຸດຕາມປົກກະຕິຂອງຜະລິດຕະພັນ( ເຊັ່ນ : ຕົວເຄື່ອງດ້ານນອກ ປຸ່ມກົດ ຫນ້າຈໍ ເເລະ ອຸປະກອນເສີມ ເປັນຕົ້ນ)

1.8        ຂໍ້ຜິດພາດ ຫຼື ຂໍ້ບົກພອງໃນຜະລິດຕະພັນທີ່ບໍ່ມີສາເຫດອັນເນື່ອງຈາກບໍລິສັດ

2          ການສ້ອມເເປງໂທລະສັບທີ່ຊຳລຸດເສຍຫາຍຢ່າງໜັກດ້ວຍເຫດຈາກການກະທຳຂອງຜູ້ໃຊ້ງານເອງ ເຊັ່ນ ເຄື່ອງກະແທກ ຫຼື ເຄື່ອງຕົກຫຼົ່ນ ຜູ້ໃຊ້ຕ້ອງລົງຊື່ໃນຂໍ້ຕົກລົງເຮັດການສ້ອມແປງກັບທາງສູນບໍລິການຮັບການສ້ອມແປງ

3          ທ່ານສາມາດປ່ຽນ ຫຼື ສ້ອມແປງຜະລິດຕະພັນໄດ້ທີ່ສູນບໍລິການໃນເຄື່ອບໍລິສັດ

4          ຊິ້ນສ່ວນ ເເລະ ສ່ວນປະກອບທັ້ງຫມົດລວມເຖິງອຸປະກອນທີ່ໄດ້ຮັບການປ່ຽນທົດເເທນລະຫວ່າງໄລຍະເວລາຮັບປະກັນຖືເປັນຊັບສິນຂອງບໍລິສັດ