ຄຳຖະແຫຼງການຄວາມເປັນສ່ວນຕົວສຳລັບ ການບໍລິການລູກຄ້າ
ອັບເດດຫຼ້າສຸດ: 1 ພະຈິກ 2024
ຄຳຖະແຫຼງການຄວາມເປັນສ່ວນຕົວນີ້ນຳໃຊ້ກັບການເກັບກຳ ແລະ ການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານເມື່ອ vivo ໃຫ້ການບໍລິການລູກຄ້າແກ່ທ່ານ (ເຊິ່ງຕໍ່ໄປນີ້ເອີ້ນວ່າ “ການບໍລິການນີ້”) ຜ່ານສູນບໍລິການ, ເວັບໄຊທ໌, ສູນຕິດຕໍ່ ຫຼື ຊ່ອງທາງອື່ນໆຂອງພວກເຮົາ. ພວກເຮົາເອົາໃຈໃສ່ກ່ຽວກັບຄວາມເປັນສ່ວນຕົວຂອງທ່ານ ແລະ ຄິດວ່າມັນສຳຄັນທີ່ທ່ານຄວນຮູ້ວ່າພວກເຮົາປະມວນຜົນຂໍ້ມູນຂອງທ່ານຍ້ອນຫຍັງ ແລະ ດ້ວຍວິທີໃດ. ໃນຄຳຖະແຫຼງການຄວາມເປັນສ່ວນຕົວສຳລັບຝ່າຍບໍລິການລູກຄ້ານີ້ (ເຊິ່ງຕໍ່ໄປນີ້ເອີ້ນວ່າ "ຄຳຖະແຫຼງການນີ້"), ສະນັ້ນ ພວກເຮົາຈຶ່ງກວມເອົາເນື້ອໃນຕໍ່ໄປນີ້:
1. ການເກັບກຳ ແລະ ການປະມວນຜົນ: ຂໍ້ມູນໃດແດ່ທີ່ພວກເຮົາຈະເກັບກຳ ແລະ ພວກເຮົາຈະໃຊ້ມັນແນວໃດ?
2. ບ່ອນເກັບຂໍ້ມູນ: ພວກເຮົາຈັດເກັບຂໍ້ມູນຂອງທ່ານແນວໃດ?
3. ການແຊຣ໌ ແລະ ການໂອນ: ພວກເຮົາແຊຣ໌ ຫຼື ໂອນຂໍ້ມູນຂອງທ່ານແນວໃດ?
4. ສິດທິຂອງທ່ານ: ສິດທິ ແລະ ຕົວເລືອກຂອງທ່ານທີ່ກ່ຽວຂ້ອງກັບຂໍ້ມູນຂອງທ່ານ;
5. ຕິດຕໍ່ພວກເຮົາ: ວິທີຕິດຕໍ່ພວກເຮົາ?
ກະລຸນາອ່ານຄຳຖະແຫຼງການນີ້ຢ່າງລະອຽດ ແລະ ຮັບປະກັນວ່າທ່ານເຂົ້າໃຈວິທີປະຕິບັດຂອງພວກເຮົາກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານ ກ່ອນທີ່ທ່ານຈະເລີ່ມໃຊ້ການບໍລິການນີ້.
1. ການເກັບກຳ ແລະ ການປະມວນຜົນ
(1) ອີງຕາມສັນຍານຂອງພວກເຮົາກັບທ່ານ ຫຼື ຄຳຂໍຂອງທ່ານ, ພວກເຮົາຈະປະມວນຜົນຂໍ້ມູນສ່ວນຕົວຂອງທ່ານເພື່ອໃຫ້ການບໍລິການຕໍ່ໄປນີ້ແກ່ທ່ານ:
• ການກວດກາ ແລະ ການສ້ອມແປງອຸປະກອນ
ໃນກໍລະນີທີ່ອຸປະກອນຂອງທ່ານເຮັດວຽກຜິດປົກກະຕິ ຫຼື ມີບັນຫາຜິດປົກກະຕິອື່ນ, ທ່ານສາມາດເຂົ້າໄປສູນການບໍລິການຫຼັງການຂາຍທີ່ເປັນທາງການຂອງພວກເຮົາເພື່ອຮັບການກວດກາ ແລະ ສ້ອມແປງອຸປະກອນ. ບາງສູນບໍລິການຂອງພວກເຮົາມີການບໍລິການຊ່ວຍເຫຼືອຈາກໄລຍະໄກເພື່ອຊ່ວຍເຫຼືອທ່ານໃນການແກ້ໄຂບັນຫາຂອງທ່ານໄດ້ດີຂຶ້ນ. ເພື່ອໃຫ້ການບໍລິການຂ້າງເທິງແກ່ທ່ານ ພວກເຮົາຈຳເປັນຕ້ອງປະມວນຜົນຂໍ້ມູນຕິດຕໍ່ຂອງທ່ານ (ລວມທັງ ຊື່, ປະເທດ/ພາກພື້ນ, ເບີໂທລະສັບ ແລະ ທີ່ຢູ່ອີເມວຂອງທ່ານ) ແລະ ຂໍ້ມູນອຸປະກອນ (ລວມທັງ IMEI, EMMCID, ໝາຍເລກລຳດັບ, ລຸ້ນອຸປະກອນ ແລະ ຂໍ້ມູນລະບົບປະຕິບັດການ, ຂໍ້ມູນການໃຊ້, ບັນທຶກຂໍ້ຂັດຂ້ອງ ແລະ ຂໍ້ມູນອື່ນທີ່ຈຳເປັນເພື່ອວິນິໄສບັນຫາອຸປະກອນຂອງທ່ານ) ເພື່ອກວດເບິ່ງໄລຍະເວລາຮັບປະກັນ, ວິນິໄສບັນຫາອຸປະກອນຂອງທ່ານ, ໃຫ້ການບໍລິການສ້ອມແປງທີ່ຂໍແກ່ທ່ານ ແລະ ຕອບກັບຄຳສອບຖາມທີ່ກ່ຽວຂ້ອງຂອງທ່ານ.
ເມື່ອທ່ານໃຊ້ການບໍລິການນັດໝາຍ, ການບໍລິການຈັດສົ່ງການສ້ອມແປງ ຫຼື ສອບຖາມຄວບຄືບຂອງການສ້ອມແປງຂອງພວກເຮົາ, ພວກເຮົາຈຳເປັນຕ້ອງປະມວນຜົນຂໍ້ມູນທີ່ທ່ານສົ່ງໃນໜ້າ, ລວມທັງ ຂໍ້ມູນຕິດຕໍ່, ທີ່ຢູ່ທີ່ລະອຽດ, ເວລາການນັດໝາຍ, ລຸ້ນອຸປະກອນ ແລະ ຄຳອະທິບາຍບັນຫາຂອງທ່ານ ເພື່ອໃຫ້ການບໍລິການທີ່ກ່ຽວຂ້ອງແກ່ທ່ານ.
ນອກຈາກນີ້, ພວກເຮົາຍັງອາດຈຳເປັນຕ້ອງປະມວນຜົນຂໍ້ມູນຕິດຕໍ່ຂອງທ່ານ (ເຊັ່ນ ເບີໂທລະສັບ) ແລະ ຂໍ້ມູນອື່ນທີ່ທ່ານໃຫ້ດ້ວຍຄວາມໝັກໃຈ (ເຊັ່ນ ລະຫັດການກວດສອບ) ເພື່ອກວດສອບຕົວຕົນຂອງທ່ານ.
• ການເຂົ້າສູ່ລະບົບບັນຊີ
ການບໍລິການຂອງພວກເຮົາບາງສ່ວນໃຫ້ຟັງຄ໌ຊັນການເຂົ້າສູ່ລະບົບບັນຊີ. ເມື່ອທ່ານເຂົ້າສູ່ລະບົບບັນຊີ vivo ຂອງທ່ານໃນການບໍລິການນີ້, ພວກເຮົາຈຳເປັນຕ້ອງປະມວນຜົນຂໍ້ມູນບັນຊີຂອງທ່ານ (ເຊັ່ນ ເບີໂທລະສັບ ຫຼື ທີ່ຢູ່ອີເມວ ທີ່ທ່ານໃຊ້ເພື່ອລົງທະບຽນບັນຊີຂອງທ່ານ, ID ບັນຊີ, ຊື່ຫຼິ້ນ ແລະ ຮູບໂປຣໄຟລ໌) ເພື່ອສະແດງຂໍ້ມູນບັນຊີຂອງທ່ານ ແລະ ກວດສອບຕົວຕົນຂອງທ່ານ.
ເພື່ອໃຫ້ຟັງຄ໌ຊັນການຮັບ ແລະ ການເບິ່ງຄູປ໋ອງ ຫຼື ຜົນປະໂຫຍດອື່ນແກ່ທ່ານ, ພວກເຮົາອາດຈຳເປັນຕ້ອງໃຊ້ຂໍ້ມູນບັນຊີຂອງທ່ານເພື່ອເຊື່ອມໂຍງຄູປ໋ອງ ຫຼື ຜົນປະໂຫຍດອື່ນທີ່ທ່ານໄດ້ຮັບກັບບັນຊີຂອງທ່ານ.
• ການບໍລິການສູນການຕິດຕໍ່
ເມື່ອທ່ານຕິດຕໍ່ພວກເຮົາຜ່ານສາຍດ່ວນ, ອີເມວ, ແຊັດສົດ, ສື່ສັງຄົມອອນລາຍ ຫຼື ຊ່ອງທາງການບໍລິການລູກຄ້າອື່ນ, ພວກເຮົາຈຳເປັນຕ້ອງປະມວນຜົນຂໍ້ມູນຕິດຕໍ່ຂອງທ່ານ (ເຊັ່ນ ຊື່, ປະເທດ/ພາກພື້ນ, ເບີໂທລະສັບ, ທີ່ຢູ່ອີເມວ ຫຼື ຂໍ້ມູນບັນຊີຂອງທ່ານ), ການບັນທຶກການໂທ ຫຼື ປະຫວັດການສື່ສານກັບພວກເຮົາ ແລະ ຂໍ້ມູນອື່ນທີ່ທ່ານໃຫ້ຜ່ານຊ່ອງທາງຂ້າງເທິງ, ເພື່ອຕອບກັບຄຳຂໍຂອງທ່ານ ແລະ ແກ້ໄຂບັນຫາຂອງທ່ານ. ພວກເຮົາອາດຈະໃຊ້ຂໍ້ມູນຕິດຕໍ່ຂອງທ່ານເພື່ອຕິດຕໍ່ທ່ານເມື່ອຈຳເປັນ.
• ການບໍລິການຮັບປະກັນ
ເມື່ອທ່ານຊື້ການບໍລິການຮັບປະກັນອຸປະກອນຂອງພວກເຮົາ (ເຊັ່ນ ການຮັບປະກັນເພີ່ມເຕີມ ຫຼື ການຮັບປະກັນໜ້າຈໍແຕກ), ພວກເຮົາຈຳເປັນຕ້ອງປະມວນຜົນ ຊື່, ເບີໂທລະສັບ, IMEI ແລະ ຕົວລະບຸອຸປະກອນ ຫຼື ລະຫັດການກວດສອບຄວາມຖືກຕ້ອງ ເພື່ອເຊື່ອມໂຍງການບໍລິການຮັບປະກັນທີ່ທ່ານຊື້ກັບອຸປະກອນຂອງທ່ານ ແລະ ໃຫ້ການບໍລິການສອມຖາມທີ່ກ່ຽວຂ້ອງ.
• ຈຸດທີ່ຕັ້ງ ແລະ ການນຳທາງຂອງສູນບໍລິການ
ເມື່ອທ່ານໃຊ້ສູນບໍລິການນີ້ ຫຼື ການບໍລິການນັດໝາຍ, ເພື່ອຊອກຫາສູນບໍລິການທີ່ຢູ່ໃກ້ທ່ານ ແລະ ໃຫ້ການບໍລິການນຳທາງແກ່ທ່ານ, ພວກເຮົາຈຳເປັນຕ້ອງປະມວນຜົນທີ່ຢູ່ IP ຂອງທ່ານ.
• ການກວດສອບຄວາມຖືກຕ້ອງຂອງ IMEI
ເມື່ອທ່ານໃຊ້ການບໍລິການກວດສອບຄວາມຖືກຕ້ອງຂອງ IMEI, ພວກເຮົາຈຳເປັນຕ້ອງປະມວນຜົນ IMEI ອຸປະກອນທີ່ທ່ານໃຫ້ເພື່ອກວດສອບຄວາມຖືກຕ້ອງຂອງອຸປະກອນ.
(2) ແນວໃດກໍ່ຕາມ, ໃນບາງສະພາບການ ພວກເຮົາອາດຈະປະມວນຜົນຂໍ້ມູນສ່ວນຕົວຂອງທ່ານເພື່ອຈຸດປະສົງອື່ນຕາມທີ່ກົດໝາຍທີ່ບັງຄັບໃຊ້ອາດຈະອະນຸຍາດ ເຊັ່ນ:
• ຂະບວນການທຸລະກຳ
ເພື່ອສຳເລັດການທຸລະກຳກັບທ່ານ, ລວມທັງຂະບວນການ, ການຈັດສົ່ງ, ການສົ່ງຄືນ/ການແລກປ່ຽນ, ການສົ່ງເງິນຄືນ, ການກວດສອບ ແລະ ການແຈ້ງເກັບເງິນສຳລັບຜະລິດຕະພັນ ຫຼື ການບໍລິການທີ່ສັ່ງຊື້, ພວກເຮົາຈຳເປັນຕ້ອງເກັບກຳຂໍ້ມູນຕິດຕໍ່, ຂໍ້ມູນອຸປະກອນ, ຂໍ້ມູນການສັ່ງຊື້ ແລະ ການຊຳລະເງິນ ແລະ ຂໍ້ມູນອື່ນໆ ຂອງທ່ານທີ່ພວກເຮົາຈຳເປັນຕ້ອງເກັບກຳພາຍໃຕ້ກົດໝາຍທີ່ບັງຄັບໃຊ້ເພື່ອປະຕິບັດຕາມຂໍ້ຜູກມັດຂອງພວກເຮົາພາຍໃຕ້ກົດໝາຍທີ່ບັງຄັບໃຊ້ ແລະ ສຳລັບການຈັດການບໍລິສັດພາຍໃນ.
• ການຈັດການຄວາມສຳພັນຂອງລູກຄ້າ
ພວກເຮົາຈຳເປັນຕ້ອງປະມວນຜົນຄຳຂໍເຈົ້າຂອງຂໍ້ມູນ, ຄວາມຍິນຍອມ ແລະ ບັນທຶກການຕອບໂຕ້ກັບລູກຄ້າເພື່ອຈັດການຄວາມສຳພັນຂອງພວກເຮົາກັບທ່ານເພື່ອປະຕິບັດຕາມຂໍ້ຜູກມັດຂອງພວກເຮົາພາຍໃຕ້ກົດໝາຍທີ່ບັງຄັບໃຊ້.
• ການປັບປຸງປະສົບການຂອງລູກຄ້າ
ພວກເຮົາອາດຈະໃຊ້ລາຍລະອຽດການຕິດຕໍ່ຂອງທ່ານ ແລະ ຂໍ້ມູນທີ່ທ່ານສະໝັກໃຈໃຫ້ (ເຊັ່ນ ຊື່ຫຼິ້ນ, ເພດ ແລະ ທີ່ຢູ່ແທ້) ເພື່ອເຮັດການສຳຫຼວດລູກຄ້າ, ເຊິ່ງຈະຊ່ວຍພວກເຮົາເຂົ້າໃຈຄຸນນະພາບຂອງການບໍລິການລູກຄ້າທີ່ພວກເຮົາສະໜອງໃຫ້ແກ່ທ່ານ ແລະ ປັບປຸງປະສົບການຂອງທ່ານ.
ນອກຈາກນີ້, ພວກເຮົາຍັງຈະເຮັດການວິເຄາະດ້ານສະຖິຕິໂດຍອີງຕາມຂໍ້ມູນທີ່ເກັບກຳໃນລະຫວ່າງທີ່ທ່ານໃຊ້ການບໍລິການນີ້ ເພື່ອປັບປຸງ ແລະ ເພີ່ມປະສິດທິພາບຜະລິດຕະພັນ ແລະ ການບໍລິການຂອງພວກເຮົາອີກ. ກະລຸນາຈື່ໄວ້ວ່າໃນລະຫວ່າງການປະມວນຜົນນີ້, ຂໍ້ມູນຂ້າງເທິງຈະຖືກໃຊ້ເພື່ອການວິເຄາະດ້ານສະຖິຕິ ແລະ ຈະບໍ່ຖືກໃຊ້ເພື່ອເຊື່ອມໂຍງ ຫຼື ລະບຸຕົວທ່ານ.
• ຄວາມປອດໄພ
ພວກເຮົາຈຳເປັນຕ້ອງປະມວນຜົນຂໍ້ມູນສ່ວນຕົວຂອງທ່ານສຳລັບການກວດຫາ ຫຼື ປ້ອງກັນການໃຊ້ບໍລິການປະເພດຕ່າງໆໃນທາງທີ່ຜິດ ແລະ ສໍ້ໂກງ ເພື່ອໃຫ້ການບໍລິການທີ່ປອດໄພ ແລະ ເຊື່ອຖືໄດ້ແກ່ທ່ານ.
ພວກເຮົາເອົາໃຈໃສ່ກ່ຽວກັບການປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ. ພວກເຮົາໄດ້ກຳນົດມາດຕະການຮັກສາຄວາມປອດໄພທີ່ເໝາະສົມ, ລວມເຖິງແຕ່ບໍ່ຈຳກັດເຕັກນິກການໃສ່ລະຫັດ ແລະ ການບໍ່ລະບຸຊື່, ເຊິ່ງອອກແບບມາເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງທ່ານຈາກການໃຊ້ງານທີ່ບໍ່ໄດ້ຮັບອະນຸຍາດ, ຄວາມເສຍຫາຍ ຫຼື ການສູນເສຍ. ພວກເຮົາຈະເຮັດສຸດຄວາມສາມາດຂອງພວກເຮົາເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ. ຖ້າທ່ານສົງໄສວ່າມີການໃຊ້ງານທີ່ບໍ່ໄດ້ຮັບອະນຸຍາດ, ຄວາມເສຍຫາຍ ຫຼື ການສູນເສຍເກີດກັບຂໍ້ມູນສ່ວນຕົວຂອງທ່ານ, ກະລຸນາແຈ້ງໃຫ້ພວກເຮົາຮູ້ທັນທີໂດຍໃຊ້ລາຍລະອຽດການຕິດຕໍ່ທີ່ລະບຸໄວ້ລຸ່ມນີ້.
2. ບ່ອນເກັບຂໍ້ມູນ
(1) ໄລຍະເວລາ:
ພວກເຮົາຈະເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານທີ່ພວກເຮົາເກັບກຳສຳລັບໄລຍະເວລາທີ່ຈຳເປັນສຳລັບຈຸດປະສົງຂອງການປະມວນຜົນຂ້າງເທິງ ຫຼື ຕາມທີ່ກຳນົດໄວ້ໂດຍທ່ານ ຫຼື ກົດໝາຍທີ່ບັງຄັບໃຊ້. ແນ່ນອນ, ພວກເຮົາຈະເກັບຮັກສາ:
• ຂໍ້ມູນສ່ວນຕົວທີ່ປະມວນຜົນສຳລັບການກວດກາ ແລະ ການສ້ອມແປງອຸປະກອນ ແລະ ການບໍລິການສູນການຕິດຕໍ່ເປັນເວລາດົນເຖິງຫ້າ (5) ປີນັບຈາກສຳເລັດການສ້ອມແປງ ຫຼື ການຕິດຕໍ່ພົວພັນຄັ້ງສຸດທ້າຍຂອງທ່ານກັບພວກເຮົາ.
• ຂໍ້ມູນສ່ວນຕົວທີ່ປະມວນຜົນສຳລັບການເຂົ້າສູ່ລະບົບບັນຊີເປັນເວລາດົນເຖິງ 30 ວັນນັບຈາກວັນທີການຍົກເລີກບັນຊີ.
• ຂໍ້ມູນສ່ວນຕົວທີ່ປະມວນຜົນສຳລັບການຈັດການຄວາມສຳພັນຂອງລູກຄ້າເປັນເວລາດົນເຖິງຫ້າ (5) ປີນັບຈາກການຕິດຕໍ່ພົວພັນຄັ້ງສຸດທ້າຍຂອງທ່ານກັບພວກເຮົາ.
• ຂໍ້ມູນສ່ວນຕົວທີ່ປະມວນຜົນສຳລັບການສຳຫຼວດລູກຄ້າເປັນເວລາດົນເຖິງຫົກ (6) ເດືອນນັບແຕ່ຂໍ້ມູນຖືກເກັບກຳ.
• ສຳຮອງຂໍ້ມູນ ແລະ ບັນທຶກຂອງແອັບທີ່ປະມວນຜົນເພື່ອຈຸດປະສົງດ້ານຄວາມປອດໄພເປັນເວລາສູງສຸດຫົກ (6) ເດືອນນັບຈາກວັນທີທີ່ພວກມັນຖືກສ້າງຂຶ້ນ.
• ຂໍ້ມູນສ່ວນຕົວທີ່ປະມວນຜົນເພື່ອຈຸດປະສົງໃນການອອກໃບເກັບເງິນ ຫຼື ເຮັດທຸລະກຳເປັນເວລາ
ເຈັດ (7) ປີນັບຈາກວັນທີອອກໃບເກັບເງິນ ຫຼື ສຳເລັດການເຮັດທຸລະກຳ.
ເມື່ອໄລຍະເວລາເກັບຮັກສາໄວ້ໝົດອາຍຸ, ພວກເຮົາຈະລຶບ ຫຼື ບໍ່ລະບຸຊື່ຂໍ້ມູນສ່ວນຕົວຂອງທ່ານ, ຍົກເວັ້ນແຕ່ວ່າກົດໝາຍ ແລະ ຂໍ້ບັງຄັບທີ່ບັງຄັບໃຊ້ກຳນົດໄວ້ເປັນຢ່າງອື່ນ.
ນອກຈາກນີ້, ພວກເຮົາຈະບໍ່ເກັບຮັກສາຂໍ້ມູນສ່ວນຕົວທີ່ປະມວນຜົນສຳລັບຈຸດທີ່ຕັ້ງ ແລະ ການນຳທາງຂອງສູນບໍລິການໃນເຊີບເວີບຂອງພວກເຮົາ.
(2) ຈຸດທີ່ຕັ້ງ:
ເພື່ອໃຫ້ການປົກປ້ອງຂໍ້ມູນໃນລະດັບດຽວກັນກັບປະເທດ/ພາກພື້ນຂອງຜູ້ໃຊ້ ແລະ ຕອບສະໜອງຕາມຄຳຂໍຂອງຜູ້ໃຊ້ໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ, ຈຸດທີ່ຕັ້ງທີ່ຈັດເກັບຂໍ້ມູນຈະແຕກຕ່າງກັນໄປສຳລັບຜູ້ໃຊ້ໃນປະເທດ/ພາກພື້ນຕ່າງໆ. ກະລຸນາເບິ່ງຕາມຂໍ້ ບ່ອນເກັບຂໍ້ມູນ ແລະ ການໂອນລະຫວ່າງປະເທດ ໃນ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາເພື່ອເບິ່ງວ່າຂໍ້ມູນສ່ວນຕົວຂອງທ່ານຖືກຈັດເກັບໄວ້ບ່ອນໃດ. ແນວໃດກໍ່ຕາມ, ຖ້າທ່ານໃຊ້ການບໍລິການນີ້ໃນເມັກຊີໂກ, ຊີລີ, ເປຣູ, ຄອສຕາຣີກາ, ປານາມາ ຫຼື ກົວເຕມາລາ, ຂໍ້ມູນສ່ວນຕົວຂອງທ່ານຈະຖືກຈັດເກັບໄວ້ໃນເຊີບເວີຂອງພວກເຮົາທີ່ຕັ້ງຢູ່ໃນສິງກະໂປ.
3. ການແຊຣ໌ ແລະ ການໂອນ
ພວກເຮົາຈະປະມວນຜົນຂໍ້ມູນຂອງທ່ານດ້ວຍຕົວຂອງພວກເຮົາເອງ ຫຼື ໂດຍການໃຊ້ຂອງບໍລິສັດໃນເຄືອຂອງພວກເຮົາ, ຜູ້ໃຫ້ບໍລິການທີ່ດຳເນີນການໃນນາມຂອງພວກເຮົາ ຫຼື ຄົນອື່ນຕາມຄຳແນະນຳຂອງທ່ານ. ແນວໃດກໍ່ຕາມ, ພວກເຮົາຈະບໍ່ແຊຣ໌ຂໍ້ມູນສ່ວນຕົວໃຫ້ກັບພາກສ່ວນທີສາມສຳລັບຈຸດປະສົງທາງການຕະຫຼາດຂອງພວກເຂົາ. ໂດຍສະເພາະເພີ່ມເຕີມ:
• ໃນຂອບເຂດທີ່ຈຳເປັນຕ້ອງໃຫ້ການບໍລິການທີ່ທ່ານໄດ້ຮ້ອງຂໍ, ຂໍ້ມູນສ່ວນຕົວຂອງທ່ານຈະຖືກໃສ່ລະຫັດ ແລະ ຖືກໂອນໄປຫາບໍລິການໃນເຄືອ ຫຼື ຜູ້ໃຫ້ບໍລິການຂອງພວກເຮົາ (ລວມທັງ ຕົວແທນ, ຜູ້ໃຫ້ບໍລິການສ້ອມແປງ, ຜູ້ໃຫ້ບໍລິການລູກຄ້າ, ຜູ້ໃຫ້ບໍລິການຂົນສົ່ງ, ຜູ້ໃຫ້ບໍລິການຂໍ້ຄວາມ ແລະ ອື່ນໆ.). ຖ້າທ່ານໃຊ້ການບໍລິການຂອງພວກເຮົາຢູ່ໃນເຂດເສດຖະກິດເອີຣົບ, ພວກເຮົາຈະພະຍາຍາມຮັບປະກັນວ່າ ບໍລິສັດໃນເຄືອ ຫຼື ຜູ້ໃຫ້ບໍລິການດັ່ງກ່າວຕັ້ງຢູ່ໃນສະຫະພາບເອີຣົບ. ແນວໃດກໍ່ຕາມ, ຖ້າທ່ານໃຊ້ການບໍລິການສູນຕິດຕໍ່ໃນສະຫະລາດຊະອານາຈັກ, ກຣີຊ ຫຼື ເນເທີແລນ, ທ່ານຈະໄດ້ຮັບການບໍລິການໂດຍຜູ້ໃຫ້ບໍລິການທີ່ຕັ້ງຢູ່ໃນເຊີເບຍ; ຖ້າທ່ານໃຊ້ການບໍລິການສູນຕິດຕໍ່ໃນອອດສະເຕຣເລຍ ຫຼື ສິງກະໂປ. ທ່ານຈະໄດ້ຮັບການບໍລິການໂດຍຜູ້ໃຫ້ບໍລິການທີ່ຕັ້ງຢູ່ໃນຟິລິບປິນ; ຖ້າທ່ານໃຊ້ການບໍລິການສູນຕິດຕໍ່ໃນຊີລີ ຫຼື ເປຣູ, ທ່ານຈະໄດ້ຮັບການບໍລິການໂດຍຜູ້ໃຫ້ບໍລິການທີ່ຕັ້ງຢູ່ໃນໂຄລົມເບຍ.
• ສຳລັບອຸປະກອນທີ່ປັບແຕ່ງເອງຂອງຜູ້ໃຫ້ບໍລິການ ຫຼື ອົງການ, ຂໍ້ມູນອຸປະກອນຈະຖືກໃສ່ລະຫັດ ແລະ ຖືກໂອນໄປຫາຜູ້ໃຫ້ບໍລິການ ຫຼື ອົງການທີ່ກ່ຽວຂ້ອງຕາມສັນຍາການປັບແຕ່ງຂອງທ່ານກັບພວກເຂົາ ຫຼື ຄຳແນະນຳຂອງພວກເຂົາ.
• ໃນລະຫວ່າງການກວດສອບຕົວຕົນ, ເພື່ອຈັດສົ່ງຂໍ້ຄວາມກວດສອບຄວາມປອດໄພ, ເບີໂທລະສັບ ຂອງທ່ານຈະຖືກໃສ່ລະຫັດ ແລະ ຖືກໂອນຫາຜູ້ໃຫ້ບໍລິການຂໍ້ຄວາມພາກສ່ວນທີສາມ. ທ່ານສາມາດແຕະ ບ່ອນນີ້ ເພື່ອກວດເບິ່ງລາຍຊື່ຜູ້ໃຫ້ບໍລິການຂໍ້ຄວາມພາກສ່ວນທີສາມ.
• ເພື່ອໃຫ້ຈຸດທີ່ຕັ້ງ ແລະ ການນຳທາງຂອງສູນບໍລິການແກ່ທ່ານ, ທີ່ຢູ່ IP ຂອງທ່ານຈະຖືກໃສ່ລະຫັດ ແລະ ຖືກໂອນຫາຜູ້ໃຫ້ບໍລິການພາກສ່ວນທີສາມຕໍ່ໄປນີ້: Google Inc.
ກະລຸນາຮັບຮູ້ວ່າພວກເຮົາໄດ້ເຊັນຂໍ້ຕົກລົງການປົກປ້ອງຂໍ້ມູນກັບຜູ້ໃຫ້ບໍລິການທີ່ກ່າວມາຂ້າງເທິງ ແລະ ພວກເຂົາຈະໃຫ້ການປົກປ້ອງຂໍ້ມູນຂອງທ່ານຕາມມາດຕະຖານທີ່ບໍ່ໜ້ອຍກວ່າຂອງພວກເຮົາ. ນອກຈາກນັ້ນ, ພວກເຮົາຈະແຊຣ໌ຂໍ້ມູນຂອງທ່ານສະເພາະເມື່ອຈຳເປັນໃນການຕອບສະໜອງຕໍ່
ຂະບວນການທາງກົດໝາຍ ຫຼື ຄຳຂໍຈາກໜ່ວຍງານທີ່ມີອຳນາດຕາມກົດໝາຍທີ່ບັງຄັບໃຊ້.
ເນື່ອງຈາກພວກເຮົາດຳເນີນງານລະຫວ່າງປະເທດ ແລະ ເພື່ອໃຫ້ທ່ານສາມາດໃຊ້ຜະລິດຕະພັນ/ການບໍລິການຂອງພວກເຮົາໄດ້ທົ່ວໂລກ, ຂໍ້ມູນສ່ວນຕົວຂອງທ່ານອາດຈະຖືກໂອນໄປ ຫຼື ເຂົ້າເຖິງໂດຍໜ່ວຍງານທີ່ຢູ່ໃນປະເທດ/ພາກພື້ນອື່ນ. ພວກເຮົາປະຕິບັດຕາມກົດໝາຍກ່ຽວກັບການໂອນ
ຂໍ້ມູນສ່ວນຕົວລະຫວ່າງປະເທດ/ພາກພື້ນເພື່ອຮັບປະກັນວ່າຂໍ້ມູນຂອງທ່ານໄດ້ຖືກປົກປ້ອງ, ບໍ່ວ່າຈະຢູ່ບ່ອນໃດກໍ່ຕາມ.
4. ສິດທິຂອງທ່ານ
ທ່ານມີສິດທິຫຼາຍຢ່າງທີ່ກ່ຽວຂ້ອງກັບຂໍ້ມູນທີ່ພວກເຮົາເກັບໄວ້ກ່ຽວກັບທ່ານ.
ການຖອນການຍິນຍອມ:
ທ່ານສາມາດເລືອກຖອນການຍິນຍອມຂອງທ່ານທີ່ມີຕໍ່ຄຳຖະແຫຼງການນີ້ໄດ້ຕະຫຼອດເວລາໂດຍການຕິດຕໍ່ພວກເຮົາ. ຖ້າທ່ານຖອນການຍິນຍອມຂອງທ່ານ, ພວກເຮົາຈະຢຸດການປະມວນຜົນຂໍ້ມູນທີ່ກ່ຽວຂ້ອງຂອງທ່ານຈົນກວ່າທ່ານເຫັນດີນຳການປະມວນຜົນດັ່ງກ່າວອີກຄັ້ງ.
ສິດທິອື່ນໆ:
ເພື່ອໃຊ້ສິດທິອື່ນຂອງທ່ານ (ເຊັ່ນ ການແກ້ໄຂ, ການລຶບ, ການຈຳກັດການປະມວນຜົນ, ການຄັດຄ້ານ, ຫຼື ການເຄື່ອນຍ້າຍຂໍ້ມູນ, ຂຶ້ນຢູ່ກັບກົດໝາຍການປົກປ້ອງຂໍ້ມູນທີ່ບັງຄັບໃຊ້), ກະລຸນາຕິດຕໍ່ຫາພວກເຮົາຕາມລາຍລະອຽດການຕິດຕໍ່ທີ່ລະບຸໄວ້ລຸ່ມນີ້.
ຄຳຮ້ອງຮຽນ:
ທ່ານມີສິດທິໃນການຍື່ນຄຳຮ້ອງຮຽນໃຫ້ກັບໜ່ວຍງານກຳກັບດູແລ.
5. ຕິດຕໍ່ພວກເຮົາ
ຖ້າທ່ານມີຄຳຖາມໃດໜຶ່ງກ່ຽວກັບຄຳຖະແຫຼງການນີ້ ຫຼື ການທີ່ພວກເຮົາປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ, ຖ້າທ່ານຕ້ອງການລາຍງານບັນຫາໃດໜຶ່ງ ຫຼື ຕິດຕໍ່ເຈົ້າໜ້າທີ່ປົກປ້ອງຂໍ້ມູນຂອງພວກເຮົາ ຫຼື ຖ້າທ່ານຕ້ອງການໃຊ້ສິດທິຂອງທ່ານໃດໜຶ່ງພາຍໃຕ້ກົດໝາຍການປົກປ້ອງຂໍ້ມູນ ແລະ ຄວາມເປັນສ່ວນຕົວ, ກະລຸນາແຕະ ບ່ອນນີ້. ພວກເຮົາຈະພະຍາຍາມຈັດການກັບຄຳຂໍຂອງທ່ານໂດຍບໍ່ໃຫ້ຊັກຊ້າເກີນຄວນ ແລະ ພາຍໃນຂີດຈຳກັດເວລາໃດໜຶ່ງທີ່ກຳນົດໄວ້ໃນກົດໝາຍການປົກປ້ອງຂໍ້ມູນທີ່ບັງຄັບໃຊ້.
ພວກເຮົາຂໍສະຫງວນສິດໃນການອັບເດດຂໍ້ກຳໜົດນີ້ໄດ້ຕະຫຼອດເວລາ. ຄຳຖະແຫຼງການນີ້ອາດຈະຖືກອັບເດດບາງຄັ້ງຄາວ. ພວກເຮົາຈະແຈ້ງໃຫ້ທ່ານຮູ້ຜ່ານວິທີການປ່ຽນແປງສຳຄັນທີ່ເໝາະສົມ. ວິທີປະຕິບັດທັງໝົດທີ່ກ່າວມາຂ້າງເທິງໃນຄຳຖະແຫຼງການນີ້ຈະຖືກດຳເນີນການຕາມ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ, ເຊິ່ງທ່ານຍັງສາມາດຊອກຫາລະລາຍອຽດກ່ຽວກັບວິທີປະຕິບັດຂອງພວກເຮົາ.